ທ່ານ ພົນເອກ ຟານວັນຢາງ ຮຽກຮ້ອງໃຫ້ເຄົາຮົບຜົນປະໂຫຍດ ຂອງ
ບັນດາປະເທດ ເພື່ອສ້າງສັນຕິພາບ ແລະ ພັດທະນາ
ສຳນັກຂ່າວສານຊິນຮວາ ເປີດເຜີຍວັນທີ 30 ຕຸລາ ວ່າ: ເວທີປາໄສ ຊຽງຊານ ປັກກິ່ງ ຄັ້ງທີ 10 ໄດ້ໄຂຂຶ້ນຢູ່ນະຄອນຫຼວງ
ປັກກິ່ງ ສປ ຈີນ.
ໃນການກ່າວຄຳເຫັນໃນກອງປະຊຸມຄົບຄະນະໃນຫົວຂໍ້ “ບົດບາດຂອງບັນດາປະເທດພວມພັດທະນາໃນຄວາມໝັ້ນຄົງທົ່ວ
ໂລກ”, ທ່ານ ພົນເອກ ຟານວັນຢາງ ລັດຖະມົນຕີກະ ຊວງປ້ອງກັນປະເທດ ສສ ຫວຽດ ນາມ ໄດ້ຂຶ້ນກ່າວປາໃສວ່າ: ທຸກປະເທດ
ລ້ວນແຕ່ມີຄວາມຫວັງ ແລະ ມີສະພາບແວດລ້ອມຄວາມໝັ້ນຄົງຢ່າງຮອບດ້ານ, ມີການເຊື່ອມຕໍ່, ເຊື່ອມໂຍງ, ມີຄວາມກົມກຽວ
ໃນທຸກຂົງເຂດ, ຜົນປະໂຫຍດ, ຄວາມໝັ້ນຄົງຂອງບັນດາປະເທດນ້ອຍ-ໃຫຍ່, ປະເທດພັດທະນາ ຫຼື ພວມພັດທະນາລ້ວນແຕ່ຕ້ອງ
ໄດ້ຮັບຮູ້, ຄວາມເຂົ້າໃຈ ແລະ ເຄົາຮົບ ເພື່ອພ້ອມກັນສ້າງສັນຕິພາບ ແລະ ພັດທະນາ ສສ ຫວຽດນາມ ມີຄວາມມຸ້ງຫວັງ, ມີຄວາມ
ໜັກແໜ້ນ ຍາມໃດກໍຍຶດໝັ້ນກັບນະໂຍບາຍປ້ອງກັນຊາດສັນຕິພາບ, ປ້ອງກັນຕົວ; ເຫັນດີເປັນເອກະພາບຕໍ່ການປະຕິບັດແຜນນະ
ໂຍບາຍບໍ່ເຂົ້າຮ່ວມການຮ່ວມສຳພັນດ້ານການທະຫານ, ບໍ່ເຊື່ອມຕໍ່ກັບປະເທດທີ່ຕໍ່ຕ້ານປະເທດອື່ນ, ບໍ່ອະນຸຍາດໃຫ້ປະເທດອື່ນມາ
ສ້າງຖານທີ່ໝັ້ນການທະຫານ ຫຼື ນຳໃຊ້ຜືນແຜ່ນດິນ ສສ ຫວຽດນາມ ເພື່ອຕ້ານປະເທດອື່ນ, ບໍ່ນຳໃຊ້ອາວຸດ ຫຼື ນາບຂູ່ນຳໃຊ້ອາວຸດ
ໃນການພົວພັນສາກົນ.
ທ່ານ ພົນເອກ ຟານວັນຢາງ ໃຫ້ຮູ້ອິກວ່າ: ຜ່ານເວທີປາໄສ ຊຽງຊານ ປັກກິ່ງ ແລະ ເວທີປາໄສຫຼາຍຝ່າຍກ່ຽວກັບການທະຫານ,
ການປ້ອງກັນຊາດ, ການປ້ອງກັນຄວາມໝັ້ນຄົງຕ່າງໆ, ການຈັດສົ່ງກຳລັງເຂົ້າຮ່ວມຮັກສາສັນຕິພາບ ຂອງ ສປຊ, ຫວຽດນາມ ໄດ້ຢັ້ງຢືນ
ບົດບາດຢ່າງຕັ້ງໜ້າ, ເປັນເຈົ້າການ, ມີຄວາມຮັບຜິດຊອບສູງຕໍ່ບັນດາບັນຫາສາກົນ ແລະ ພາກພື້ນ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 03/11/2023